ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມໃຫຍ່ ຄັ້ງທີ VIII ຂອງໜ່ວຍພັກ ກົມລົດຕັງ-ຍານເກາະ

ໜ່ວຍພັກ ກົມລົດຕັງ-ຍານເກາະ ກົມໃຫຍ່ເສນາທິການກອງທັບ ໄດ້ເປີດກອງປະຊຸມໃຫຍ່ ຄັ້ງທີ VIII

     ວັນທີ 13 ມີນາ 2024 ນີ້, ໜ່ວຍພັກ ກົມລົດຕັງ-ຍານເກາະ ກົມໃຫຍ່ເສນາທິການກອງທັບ ໄດ້ເປີດກອງປະຊຸມໃຫຍ່ ຄັ້ງທີ VIII ຂອງ
ຕົນຂຶ້ນ, ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ສົມພອນ ມິດຕະພອນ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ກຳມະ
ການຄະນະປະຈຳພັກກົມໃຫຍ່, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີເລຂາ-ຮອງເລຂາ, ກຳມະການຄະນະໜ່ວຍພັກ, ແຂກຖືກເຊີນ
ແລະ ພະນັກງານ-ສະມາຊິກພັກ ເຂົ້າຮ່ວມ.

      ສະຫາຍ ພົນຈັດຕະວາ ບົວວັນ ບຸດຈັນໂທ ເລຂາໜ່ວຍພັກ, ຫົວໜ້າກົມລົດຕັງ-ຍານເກາະ ໄດ້ຜ່ານບົດລາຍການເມືອງ ແລະ ບົດສຳ
ຫຼວດການນຳພາ ຂອງຄະນະໜ່ວຍພັກ ເຊິ່ງໄດ້ຕີລາຄາຄືນ ການນຳພາ-ຊີ້ນຳ ຂອງຄະນະໜ່ວຍພັກ ກໍຄືການຈັດຕັ້ງປະຕິບັດ 4 ໜ້າທີ່ໃຫຍ່
26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ. ພ້ອມກັນນັ້ນ, ບັນດາສະຫາຍຜູ້ແທນກອງປະຊຸມ ກໍໄດ້ປະກອບຄຳຄິດເຫັນ
ໃສ່ບົດລາຍງານການເມືອງທັງສອງພາກຢ່າງກົງໄປກົງມາ ເຊິ່ງໄດ້ຍົກໃຫ້ເຫັນຈຸດດີ ເພື່ອເສີມຂະຫຍາຍ ແລະ ຈຸດອ່ອນ, ຂໍ້ຄົງຄ້າງ ທີ່ຈະຕ້ອງ
ໄດ້ປັບປຸງແກ້ໄຂ ເພື່ອສ້າງການຫັນປ່ຽນໃໝ່ ໃນການປະຕິບັດວຽກງານຕົວຈິງ ກໍຄືຄວາມເປັນເອກະພາບກັນ ໃນການກຳນົດບັນດາຄາດໝາຍ,
ທິດທາງແຜນການ 5 ປີຕໍ່ໜ້າ, ເພື່ອນຳພາເຫຼົ່າຮົບລົດຕັງ-ຍານເກາະ ໃຫ້ເຕີບໃຫຍ່ເຂັ້ມແຂງ ແລະ ທັນສະໄໝຂຶ້ນເລື້ອຍໆ. ໃນກອງປະຊຸມຄັ້ງ
ປະຖົມມະ​ເລິກ ເຫັນດີເປັນເອກະສັນເລືອກເອົາຄະນະໜ່ວຍພັກຊຸດໃໝ່ ຈຳນວນ 5 ສະຫາຍຄື: ສະຫາຍ ພົນຈັດຕະວາ ບົວວັນ ບຸດຈັນໂທ
ເປັນເລຂາໜ່ວຍພັກ, ສະຫາຍ ພັນເອກ ພູວຽງ ສອນສົມໃຈ ເປັນຮອງເລຂາໜ່ວຍພັກ, ສະຫາຍ ພັນເອກ ສາຍລົມ ໄຊຍະສຸກ ເປັນກຳມະ
ການກວດກາ-ປ້ອງກັນ, ສະຫາຍ ພັນໂທ ສີສະຫວັນ ພິມມະສອນ ເປັນກຳມະການຈັດຕັ້ງໂຄສະນາ-ຂະບວນການ ແລະ ສະຫາຍ ພັນໂທ ພູ
ວົງ ທິບພະຈອນ ເປັນກຳມະການ ການຄັງ.

      ໂອກາດນີ້, ສະຫາຍ ພົນຈັດຕະວາ ສົມພອນ ມິດຕະພອນ ກໍໄດ້ເນັ້ນໜັກໃຫ້ບັນດາສະຫາຍ ຄະນະໜ່ວຍພັກຊຸດໃໝ່ ສືບຕໍ່ເຝິກຝົນ
ຫຼໍ່ຫຼອມຕົນເອງທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ ເປັນແບບຢ່າງນຳໜ້າ ໃນທຸກດ້ານ, ຈົງຮັກພັກດີ ແລະ ຄວາມຊື່
ສັດບໍລິສຸດ ຕໍ່ອຸດົມການຂອງພັກ ແລະ ຜົນປະໂຫຍດຂອງປະເທດຊາດ, ມີຄວາມສາມັກຄີຮັກແພງ ແລະ ມີຄວາມຈິງໃຈຕໍ່ໝູ່ຄະນະ ແລະ
ຊ່ວຍເຫຼືອກໍ່ສ້າງໝູ່ຄະນະໃຫ້ມີຄວາມເຂັ້ມແຂງ, ດຳລົງຊີວິດແບບປອດໃສຂາວສະອາດ, ຮັດແໜ້ນຄວາມສາມັກຄີເປັນເອກະພາບພາຍໃນ
ພັກ, ປະຕິບັດຕາມຫຼັກການລວມສູນປະຊາທິປະໄຕຂອງພັກ, ນຳເອົາເນື້ອໃນຈິດໃຈມະຕິກອງປະຊຸມໃຫຍ່ຄັ້ງນີ້ ໄປຈັດຕັ້ງຜັນຂະຫຍາຍສ້າງ
ໄດ້ຜົນງານ ແລະ ໄຊຊະນະໃໝ່ໃຫຍ່ຫຼວງກວ່າເກົ່າ.

ແຫຼ່ງຂ່າວໂດຍ ຂກທ
ວັນທີ 14/03/2024